10/11/2025
ການຂະຫຍາຍໂຕຂອງເສດຖກິດ ສະເລ່ຍ 5 ປີ ຢູ່ໃນລະດັບ 4.24% ສະເພາະປິ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%
------------
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 10 ພະຈິກ 2025 ວ່າ: ພາຍຫຼັງການລະບາດຂອງພະຍາດໂຄວິດ 19 ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເປັນຕົ້ນການຊຸກຍູ້ການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການຈັດຕັ້ງ ປະຕິບັດໂຄງການທົດລອງແຮ່ທາດ ລວມທັງ ໂຄງການຂະຫນາດໃຫຍ່ຈໍານວນໜຶ່ງ ແລະ ການຊຸກຍູ້ ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ການສະຫນອງສິນເຊື່ອເພື່ອຟື້ນຟູເສດຖະກິດ ແລະ ອື່ນໆຈຶ່ງ ເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ ສະເລ່ຍ 5 ປີ ຢູ່ໃນລະດັບ 4.24% ສຳລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%)
- ຂະແຫນງກະສິກໍາ ຂະຫຍາຍຕົວສະເລ່ຍ 2.9% ກວມເອົາ 19.4% ຂອງ GDP (ແຜນການ 5 ປີ:ຂະຫຍາຍຕົວ 2.5% ແລະ ກວມເອົາ 15.3% ຂອງ GDP)
-ຂະແຫນງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 4.7% ກວມເອົາ 32.5% ຂອງ GDP (ແຜນການ 5 ປີຂະຫຍາຍຕົວ 4.1% ແລະ ກວມເອົາ 32.3% ຂອງ GDP)
-ຂະແຫນງບໍລິການ ຂະຫຍາຍຕົວສະເລ່ຍ 4.5% ກວມເອົາ 36.6% ຂອງ GDP (ແຜນການ 5 ປີຂະຫຍາຍຕົວ 6% ແລະ ກວມເອົາ 41.3% ຂອງ GDP)
-ພາສີອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ ສະເລ່ຍ 3.8% ກວມເອົາ 11.5% ຂອງ GDP (ແຜນການ 5 ປີ ຂະຫຍາຍຕົວ 5.8% ແລະ ກວມເອົາ 11.7% ຂອງ GDP).
ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕ ແມ່ນມາຈາກການຜະລິດສະບຽງອາຫານເພື່ອບໍລິໂພກພາຍ ໃນ ແລະ ສົ່ງອອກຈໍານວນໜຶ່ງ, ການຜະລິດຂອງຂະແໜງໄຟຟ້າ ແລະ ບໍ່ແຮ່, ອຸດສະຫະກໍາປຸງແຕ່ງ ແລະ ການຂົນສົ່ງ. ເຖິງແນວໃດກໍ່ຕາມ ເຫັນວ່າ ຂະແຫນງບໍລິການ ແລະ ພາສີ-ອາກອນຜະລິດຕະພັນສຸດທິ ມີທ່າອ່ຽງອາດບໍ່ບັນລຸຕາມຄາດຫມາຍ ຍ້ອນໄດ້ຮັບຜົນກະທົບຈາກສະພາບອາກາດທີ່ບໍ່ເອື້ອອໍານວຍ, ໄພທໍາມະຊາດ, ການລະບາດຂອງພະຍາດໂຄວິດ 19 ເຊິ່ງໄດ້ສົ່ງຜົນກະທົບທົ່ວສັງຄົມ ໂດຍສະເພາະ ພາກທຸລະກິດທີ່ ເຮັດໃຫ້ບໍ່ສາມາດດໍາເນີນການເຄື່ອນໄຫວໄດ້ຢ່າງເປັນປົກກະຕິ. ພ້ອມນີ້ ຍັງມີປັດໄຈພາຍນອກຈໍານວນໜຶ່ງທີ່ສົ່ງຜົນກະທົບຕໍ່ການເຕີບໂຕເສດຖະກິດລາວ ເປັນຕົ້ນ ຄວາມຜັນຜວນຂອງສະພາບການຢູ່ ພາກພື້ນ ແລະ ສາກົນ, ການຟື້ນຕົວເສດຖະກິດຂອງບາງປະເທດໃນພາກພື້ນ ຫຼຸດຄາດໝາຍທີ່ກໍານົດໄວ້, ການປັບ ນະໂຍບາຍແຮງງານຂອງປະເທດເພື່ອນບ້ານ ແລະ ຄວາມກົດດັນດ້ານເງິນຕາເຮັດໃຫ້ແຮງງານລາວຫຼັ່ງໄຫຼ ອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ອື່ນໆ.
----------------------------------
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ