01/06/2026
📱 ບໍ່ແມ່ນ "ຫ້າມໃຊ້" ແຕ່ "ໃຊ້ໃຫ້ເປັນ" – ເມື່ອມືຖືເຮັດໃຫ້ຄວາມສຳພັນກັບລູກຫ່າງເຫີນ
ຫຼາຍຄົນຖາມວ່າ: "ລ້ຽງລູກຫ້າມຫລິ້ນມືຖືເລີຍຫວາ?"
ຄຳຕອບຄື: "ບໍ່ແມ່ນເຖິງຂັ້ນຫ້າມເດັດຂາດ" ແຕ່ສິ່ງທີ່ສຳຄັນກວ່າ ຄື ຮູບແບບ + ຄວາມຖີ່ + ບໍລິບົດ ຕອນຢູ່ກັບລູກ.
ເພາະເດັກນ້ອຍຮຽນຮູ້ຈາກ "ສິ່ງທີ່ເຫັນ" ຫຼາຍກວ່າສິ່ງທີ່ໄດ້ຍິນ.
📍 5 ຜົນກະທົບທີ່ອາດເກີດຂຶ້ນ ຖ້າເຮົາ "ໃຈຢູ່ກັບຈໍ" ຫຼາຍເກີນໄປ:
1️⃣ ເດັກຮຽນຮູ້ຈາກການເລືອກແບບ (Modeling): ເຂົາຈະຈື່ວ່າ "ສິ່ງທີ່ສຳຄັນທີ່ສຸດໃນມືພໍ່ແມ່ຄືໜ້າຈໍ" ບໍ່ແມ່ນຄົນທີ່ຢູ່ຕໍ່ໜ້າ.
2️⃣ ກະທົບ "ສະມາທິ": ເມື່ອສະພາບແວດລ້ອມເຕັມໄປດ້ວຍການໃຊ້ຈໍ, ສະໝອງເດັກຈະຖືກດຶງຄວາມສົນໃຈໄດ້ງ່າຍ ເຮັດໃຫ້ເດັກຫຼິ້ນບໍ່ດົນ ແລະ ສມາທິສັ້ນລົງ.
3️⃣ ກະທົບຄວາມຮູ້ສຶກ Connection: ສຳຫລັບລູກ "ຄວາມປອດໄພ = ການຖືກເອົາໃຈໃສ່” ຖ້າພໍ່ແມ່ຢູ່ນຳແຕ່ໃຈຢູ່ກັບມືຖື ລູກຈະຮູ້ສຶກວ່າຕ້ອງຍາດຄວາມສົນໃຈ.
4️⃣ ສັບສົນເລື່ອງຄວາມສຳພັນ: ເດັກອາດເຂົ້າໃຈຜິດວ່າ "ເວລາຄົນຢູ່ນຳກັນ ກໍບໍ່ຈຳເປັນຕ້ອງສົນໃຈກັນ".
5️⃣ ພາດໂອກາດສຳຄັນ: ຊ່ວງເວລາ ກິນ-ຫຼິ້ນ-ນອນ ຄືນາທີທອງຂອງການພັດທະນາສະໝອງ ຖ້າເຮົາໂຟກັສໄປທີ່ມືຖື ໂອກາດສອນລູກ ແລະ ການເຊື່ອມຄວາມສຳພັນກໍຫາຍໄປ.
🤍 ທາງສາຍກາງ: ໃຊ້ແນວໃດໃຫ້ລູກຍັງໄດ້ຄວາມຮັກ?
✅ ວາງຂອບເຂດ: ໃຊ້ຕອນລູກຫຼິ້ນເອງໄດ້, ຕອນລູກຫຼັບ, ຫຼື ບອກລູກກ່ອນວ່າ "ແມ່ຂໍເຮັດວຽກແປບໜຶ່ງ" (ສ້າງຄວາມເຂົ້າໃຈ).
✅ ບໍ່ໃຊ້ເປັນ "ຕົວໜີ": ບໍ່ໃຊ້ມືຖືເພື່ອຫຼີກລ່ຽງການຢູ່ກັບລູກ.
✅ ໃຫ້ຄວາມສຳຄັນກັບ Interaction: ໃນເວລາທີ່ຫຼິ້ນນຳກັນ ຫຼື ສົນທະນາກັນ ໃຫ້ວາງມືຖືໄວ້ໄກໆ.
ມືຖືບໍ່ແມ່ນສັດຕູ... ແຕ່ຖ້າມັນເຂົ້າມາ "ແທນທີ່" ສາຍຕາ ແລະ ຄວາມສົນໃຈທີ່ເຮົາມີໃຫ້ລູກເລື້ອຍໆ ມັນຈະປ່ຽນມຸມມອງຂອງເດັກທີ່ມີຕໍ່ "ຄວາມສຳພັນ" ໂດຍທີ່ເຮົາບໍ່ຮູ້ຕົວ.
ມາເລີ່ມ "ວາງໃຫ້ຖືກຈັງຫວະ" ເພື່ອສ້າງຄວາມສຳພັນທີ່ແຂງແກ່ນໃຫ້ລູກກັນເຖາະ! 🫶🏻
#ລ້ຽງລູກ #ພໍ່ແມ່ຍຸກໃໝ່ #ສະຕິໃນການລ້ຽງລູກ #ຄອບຄົວອົບອຸ່ນ