27/04/2023
1 ຄວາມຫວານຊື່ນມັນເປັນພຽງເວລາສັ້ນ ທີ່ເລີ່ມແລກເທົ່ານັ້ນ
2 ບາງເທື່ອການຢູ່ກັບຄວາມຮັກ ທີ່ບໍ່ຫວານເກີນໄປກໍ່ຢູ່ໄດ້ດົນກວ່າ
3 ຕ້ອງປັບໃຫ້ເປັນໄດ້ທັງ ຄົນຮັກ, ເພື່ອນ ຫຼືປຽບເໝືອນຍາດພີ່ນ້ອງ
4 ຄວາມສຸກເທິງຕຽງ ອັນເຜັດຮ້ອນ ມັນກໍ່ຍ່ອມຄ່ອຍໆນ້ອຍລົງ
5 ບໍ່ແມ່ນຈະເບິ່ງແຍງພຽງແຕ່ສອງຄົນ ເພາະຕ້ອງເອົາໃຈໃສ່ຄົນອື່ນໄປພ້ອມ
6 ການອອກໄປ ທາງນອກ ກິນເຂົ້າ ເບິ່ງໜັງ ຈະຄ່ອຍຫຼຸດລົງ
7 ໂຕ້ຖຽງກັນຫຼາຍຂື້ນ ບາງທີ່ເລື່ອງນ້ອຍກໍ່ເປັນເລື່ອງໃຫຍ່
8 ນອນໝູນແຂນ ກໍ່ຄ່ອຍຈາງຫາຍ ກາຍເປັນນອນໝູນໝອນແທນ
9 ການແຄຄວາມຮູ້ສືກກັນກໍ່ຄ່ອຍຫຼຸດລົງ
10 ລະເລີຍວຽກເຮືອນ ຫັນໄປຫາເພື່ອນສະໜິດຫຼາຍຂື້ນ
11 ມັກໂຍນຄວາມຮັບຜິດຊອບເລື່ອງເງິນ ໃຫ້ອີກຝ່າຍຢ່າງບໍ່ຮູ້ຕົວ
12 ຕ່າງຝ່າຍຈ່າງມີເຫດຜົນຂອງຕົນ ຢ່າງໜັກແໜ້ນ ເວລາຜິດກັນ
13 ທົນບາງເລື່ອງ ເພື່ອລູກ ຫຼາຍກວ່າຄູ່ຄອງ
14 ຫາກເກີດບັນຫາ ກໍ່ມັກແກ້ໄຂຄົນລະເລື່ອງ ຄົນລະເຫດຜົນ
15 ເມື່ອມີງານສັງສັນກັບເພື່ອນໆ ເຮົາຈະມ່ວນຊື່ນ ແລະຫົວດັງແຮງກວ່າແຕ່ກ່ອນ
16 ບາງທີກໍ່ນືກເສຍດາຍ ຄົນເຄີຍລົມກັນ ແຕ່ບໍ່ໄດ້ແຕ່ງດອງນຳ
17 ປ່ອຍປະລະເລີຍ ການແຕ່ງໂຕ ນຸ່ງຖື ກໍ່ປ່ອຍໄປຕາມໃຈມັກ.