Abjam ແອບແຈມ

Abjam ແອບແຈມ ບັນທຶກການເດີນທາງ🍃💚

27/05/2026

ມື້ໜຶ່ງເຈິທັງຝຸ່ນ ທັງຄວັນ ຕ້ອງດີທັອກຜິວອອກໃຫ້ໝົດ 🌪️ ດ້ວຍພະລັງ Charcoal ທີ່ດູດສິ່ງສົກກະປົກໄດ້ລ້ຳລຶກ. ລ້າງແລ້ວໜ້າສະອາດ ໝັ້ນໃຈທຸກມື້ 🖤🌪️✅

#ພອນສ໌ #ໜ້າໃສ #ໂຟມລ້າງໜ້າ #ໂທນອັບ

10/05/2026

ແລ່ນຮັບລົມເຢັນໆ ແລ້ວໄປຕໍ່ທີ່ຂອງແຊບ. ເຂົ້າຈີ່ຊີ້ນໜ່າຍ + ໄຂ່ດາວເຢີ້ມໆ🍳🥖 = ຄວາມສຸກຕອນເຊົ້າ.

#ເຂົ້າຈີ່ຊີ້ນຫມ້າຍ

#ຮ້ານສວຍຈີນ #ແລ່ນຕອນເຊົ້າກິນຫຍັງດີ

01/05/2026

ພິກັດ ຮ້ານອາຫານສະໄຕລຍີ່ປຸ່ນ koala restaurant #ໂຄອາລ່າ

15/04/2026

ສີຫອມມື້ທຳອິດ 14/04/2026 ຄົນແໜ້ນແຮງ #ປີໃໝ່ລາວ #ສີຫອມ

12/04/2026

ດອກຄູນເບັ່ງບານຕ້ອນຮັບ ປີໃໝ່ລາວ #ດອກຄູນ #ປະຕູໄຊ #ປີໃໝ່ລາວ

31/03/2026

ງານມິຕິໃໝ່ຂອງການມີສ່ວນຮ່ວມ ການສຶກສາ ແລະ ອາຊີບ🤍 #ສະມາຄົມພັດທະນາແລະສົງເສີມອາຊີບຄົນພິການຕາ

14/03/2026

🚌 ລົດເມດ່ວນBRTຂີ່ຟຮີ 2 ເດືອນ #ລົດເມດ່ວນ

02/03/2026

ເກືອບຫຼັບແຕ່ກັບມາໄດ້😅🏃‍♂️🌃

30/01/2026

ເດີນປ່າຕັ້ງແຕ້ມຜາໄດພູເຂົາຄວາຍ 2ມື້1ຄືນ ການເດີນທາງຈະເປັນແນວໃດໄປເບີ່ງກັນເລີຍ✨🌄 #ຜາໄດ #ພູເຂົາຄວາຍ

ພິຊິດ "ຜາໄດ" ພູເຂົາຄວາຍ ຈະໄດ້ເຫັນທັງຕາເວັນຂຶ້ນ ແລະ ຕາເວັນຕົກ ຊົມວິວທີ່ງາມແບບ360ອົງສາ ຖ້າໃຜທີ່ເປັນສາຍລຸຍທີ່ເບື່ອຄວາມວຸ້ນວ...
25/01/2026

ພິຊິດ "ຜາໄດ" ພູເຂົາຄວາຍ ຈະໄດ້ເຫັນທັງຕາເວັນຂຶ້ນ ແລະ ຕາເວັນຕົກ ຊົມວິວທີ່ງາມແບບ360ອົງສາ

ຖ້າໃຜທີ່ເປັນສາຍລຸຍທີ່ເບື່ອຄວາມວຸ້ນວາຍໃນເມືອງ ແລະ ກຳລັງຊອກຫາຈຸດໝາຍປາຍທາງທີ່ທ້າທາຍ ຜາໄດເປັນອີກບ່ອນໜຶ່ງທີ່ນັກເດີນປ່າບໍ່ຄວນພາດ

🚜 ການເດີນທາງ: ບົດທົດສອບທຳອິດຂອງສາຍລຸຍ
ການໄປຜາໄດບໍ່ແມ່ນການຂີ່ລົດສະບາຍໆ ແຕ່ມັນຄື Adventure ຂອງແທ້!

• ຈາກນະຄອນຫຼວງວຽງຈັນ: ຂີ່ລົດມຸ່ງໜ້າໄປທາງທິດໃຕ້ (ເຂດເມືອງທຸລະຄົມ ແຂວງວຽງຈັນ) ໃຊ້ເວລາປະມານ 1-2 ຊົ່ວໂມງ ແລ້ວຂີ່ລົດໄປຕໍ່ອີກເພື່ອເຂົ້າສູ່ເຂດບ້ານວັງເຮືອນ

• ຊ່ວງລຸຍ: ຈາກໝູ່ບ້ານວັງເຮືອນສູ່ຜາໄດ ເຈົ້າຕ້ອງໄດ້ຍ່າງ ຫຼື ໃຊ້ລົດຂອງຊາວບ້ານທີ່ຍົກສູງເທົ່ານັ້ນ (ແນະນຳໃຫ້ຈ້າງລົດ "ຕ໋ອກ ຕ໋ອກຂອງຊາວບ້ານ" ກຽມຕົວຮັບແຮງກະແທກຈາກທາງຝຸ່ນ ແລະ ທາງຫີນໄດ້ເລີຍ ແຕ່ບອກເລີຍວ່າ... ນີ້ແຫຼະຄືສະເໜ່ທີ່ສາຍລຸຍມັກ!

🪨 ໄຮໄລ້: ກ້ອນຫີນທີ່ການເວລາສ້າງໄວ້
ເມື່ອຮອດຍອດ ຜາໄດ ສິ່ງທຳອິດທີ່ຈະເຫັນຄືວິວທີ່ງາມແບບ360ອົງສາ,ລົມພັດເຢັນໆ

ມຸມຫ້າມພາດ: ຈຸດແຄມໜ້າຜາ (ແຕ່ບໍ່ແນະນຳໃກ້ໜ້າຜາຫຼາຍ)

⚠️ ສິ່ງທີ່ຄວນຮູ້ກ່ອນໄປພິຊິດ
1. ບໍ່ມີໄຟຟ້າ ແລະ ນ້ຳປະປາ: ກຽມ Power Bank ແລະ ນ້ຳດື່ມໄປໃຫ້ພຽງພໍ.
2. ອາກາດປ່ຽນແປງໄວ: ກາງເວັນແດດຮ້ອນ, ກາງຄືນໜາວສັ່ນ ກຽມເສື້ອກັນໜາວໄປໃຫ້ພ້ອມ.
3. ຂີ້ເຫຍື້ອ: ຄວາມງາມຂອງທຳມະຊາດຕ້ອງແລກມາດ້ວຍຄວາມຮັບຜິດຊອບ "ເອົາຫຍັງໄປ ເອົາກັບຄືນມາໃຫ້ໝົດ" ເດີ້ທຸກຄົນ.

ສະຫຼຸບ: ຜາໄດ ພູເຂົາຄວາຍ ຄືຈຸດເຊັກອິນທີ່ສາຍແຄ້ມປິ້ງ ແລະ ສາຍຖ່າຍຮູບ Landscape ຕ້ອງມາໃຫ້ໄດ້ເທື່ອໜຶ່ງໃນຊີວິດ. ຄວາມລຳບາກລະຫວ່າງທາງຈະກາຍເປັນຄວາມພູມໃຈ ເມື່ອເຈົ້າໄດ້ຢືນຢູ່ເທິງລານຫີນນັ້ນ!

#ຜາໄດ #ພູເຂົາຄວຍ #ພູຜາໄດພູເຂົາຄວາຍ #ຄົນມັກຍ່າງປ່າ #ວິວງາມໆ #ທ່ຽວລາວ

Adresse

Democratic Republic Of The

Téléphone

+8562078839036

Site Web

Notifications

Soyez le premier à savoir et laissez-nous vous envoyer un courriel lorsque Abjam ແອບແຈມ publie des nouvelles et des promotions. Votre adresse e-mail ne sera pas utilisée à d'autres fins, et vous pouvez vous désabonner à tout moment.

Contacter L'entreprise

Envoyer un message à Abjam ແອບແຈມ:

Raccourcis

Partager