29/07/2026
💥 ຍ້ອນເຫັນໃດ້ເຖິງຄວາມສຳຄັນໃນການພັດທະນາກິລາໃຫ້ເຍົາວະຊົນ-ຊາວຫນຸ່ມ ມີສຸຂະພາບແຂງແຮງ ແລະ ຫ່າງໄກຢາເສບຕິດ ດັ່ງນັ້ນທາງ #ບໍລິສັດລາຊາສະປອດ ຮ່ວມກັບ #ສະຫະພັນບານເຕະແຂວງຈຳປາສັກ ໃດ້ເຫັນດີທີ່ຈະຮ່ວມກັນຊຸກຍູ້ສົ່ງເສີມຂະບວນການກິລາທຸກລຸ້ນນັບຕັ້ງແຕ່ ລຸ້ນເຍົາວະຊົນ-ຊາວຫນຸ່ມ-ທົ່ວໄປ ທັງໃນລະດັບທ້ອງຖິ່ນ ລະດັບເມືອງ ຮອດຂັ້ນແຂວງ ໃຫ້ມີຂະບວນການຟົດຟື້ນມ່ວນຊື່ນຂື້ນຕື່ມອີກ
ການຊຸກຍູ້ສົ່ງເສີມນີ້ຈະລວມທັງອຸປະຖຳຊຸກຍູ້ຫລາຍດ້ານຈາກ ບໍ່ວ່າຈະເປັນອຸປະະກອນກິລາ, ເຄື່ອງກິລາ ແລະ ວຽກງານສື່ສານມວນຊົນ (ມີເດຍ ການຖ່າຍທອດສົດ...) ເພື່ອເປັນການສ້າງຂະບວນການ ສ້າງສີສັນໃຫ້ກັບຂະບວນການກິລາໃຫ້ຫລາຍຂື້ນ
ພວກເຮົາ #ບໍລິສັດລາຊາສະປອດ ຮູ້ສຶກຍິນດີແລະດີໃຈເປັນຢ່າງຍິ່ງທີ່ໃດ້ຮ່ວມເປັນສ່ວນຫນື່ງໃນການພັດທະນາກິລາໃນແຂວງບ້ານເກີດ ແຂວງຈຳປາສັກ ເຊິ່ງເປັນບ່ອນຝັງສາຍແຮ່ແຜ່ສາຍບື ຂອງຂ້າພະເຈົ້າເອງ
-------------------⚽️⚽️⚽️-----------------
ສູນລວມເຄື່ອງກິລາ, ບໍລິການພິມສະກລີນ, ປັກແສ່ວ...ຄົບວົງຈອນ
ື້ອກິລາພິມລາຍ
ໂຮງງານຜະລິດເສື້ອພິມລາຍລາຊາ
ຂ່າວກິລາ, ຖ່າຍທອດສົດ
ລາຊາພາເລາະ (ເພຈໄຫມ່)