Good Design Laos - L Mark

Good Design Laos - L Mark Contact information, map and directions, contact form, opening hours, services, ratings, photos, videos and announcements from Good Design Laos - L Mark, Design & Fashion, Vientiane.

ມາຊົມຜົນງານການອອກແບບທີ່ ໄດ້ຮັບລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025 Lao Good Design Award 2025
17/03/2025

ມາຊົມຜົນງານການອອກແບບທີ່ ໄດ້ຮັບລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025 Lao Good Design Award 2025

ເຊີນຊົມຜົນງານການອອກແບບທີ່ໄດ້ລາງວັນຊົມເຊີຍລາງວັນອອກແບບຜະລິຕະພັນລາວດີເດັ່ນ ປີ 2025
17/03/2025

ເຊີນຊົມຜົນງານການອອກແບບທີ່ໄດ້ລາງວັນຊົມເຊີຍລາງວັນອອກແບບຜະລິຕະພັນລາວດີເດັ່ນ ປີ 2025

ຮູບພາບບັນຍາກາດ ພິທີມອບລາງວັນ ອອກແບບຜະລິຕະພັນລາວດີເດັ່ນ 2025 ໃນວັນທີ 14 ມີນາ 2025 ທີ່ ນະຄອນຫຼວງວຽງຈັນ, ສປປລາວ
17/03/2025

ຮູບພາບບັນຍາກາດ ພິທີມອບລາງວັນ ອອກແບບຜະລິຕະພັນລາວດີເດັ່ນ 2025 ໃນວັນທີ 14 ມີນາ 2025 ທີ່ ນະຄອນຫຼວງວຽງຈັນ, ສປປລາວ

17/03/2025
12/03/2025

ທ່ານສາມາດເຂົ້າຊົມພິທີປະກາດຜົນລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025 ໃນຕອນບ່າຍ ເລິ່ມເວລາ 14:00 -18:00 ໂມງ ໃນວັນສຸກ ວັນທີ 14 ມີນາ 2025ໄດ້ຜ່ານທາງ ລະບົບອອນລາຍ
Topic: Lao Good Design Award Ceremony 2025 in Vientiane, Laos

Time: Mar 14, 2025 01:30 PM Bangkok

Join Zoom Meeting

https://us06web.zoom.us/j/86760224091?pwd=mOlBUJuAw6Np0Y0AVPbd4nfW6sC12h.1

Meeting ID: 867 6022 4091

Passcode: 498353

Zoom is the leader in modern enterprise video communications, with an easy, reliable cloud platform for video and audio conferencing, chat, and webinars across mobile, desktop, and room systems. Zoom Rooms is the original software-based conference room solution used around the world in board, confer...

12/03/2025

ທ່ານສາມາດເຂົ້າຊົມພິທີມອບລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025 ໃນຕອນບ່າຍ ເລິ່ມເວລາ 14:00 -18:00 ໂມງ ໃນວັນສຸກ ວັນທີ 14 ມີນາ 2025ໄດ້ຜ່ານທາງ ລະບົບອອນລາຍ
Topic: Lao Good Design Award Ceremony 2025 in Vientiane, Laos

Time: Mar 14, 2025 01:30 PM Bangkok

Join Zoom Meeting

https://us06web.zoom.us/j/86760224091?pwd=mOlBUJuAw6Np0Y0AVPbd4nfW6sC12h.1

Meeting ID: 867 6022 4091

Passcode: 498353

Zoom is the leader in modern enterprise video communications, with an easy, reliable cloud platform for video and audio conferencing, chat, and webinars across mobile, desktop, and room systems. Zoom Rooms is the original software-based conference room solution used around the world in board, confer...

ເຊີນຊວນຊົມການວາງສະແດງຜົນງານການອອກແບບຜະລິດຕະພັນ LMARK 2025 ໃນວັນທີ 14 ມີນາ 2025 ເວລາ 10 :00- 18:00 ໂມງ ທີ່ ສູນໂຕໂຍຕ້າລາວ,...
08/03/2025

ເຊີນຊວນຊົມການວາງສະແດງຜົນງານການອອກແບບຜະລິດຕະພັນ LMARK 2025 ໃນວັນທີ 14 ມີນາ 2025 ເວລາ 10 :00- 18:00 ໂມງ ທີ່ ສູນໂຕໂຍຕ້າລາວ, ສູນການຄ້າພາກຊັນ, ນະຄອນຫຼວງວຽງຈັນ

ໃກ້ຮອດແລ້ວກັບຮອບຄັດເລືອກຜະລິດຕະພັນຕົວຈິງ ສຳລັບລາງການປະກວດລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025, ໂດຍມິຄະນະກຳມະການຈາກຝ່າຍລ...
08/03/2025

ໃກ້ຮອດແລ້ວກັບຮອບຄັດເລືອກຜະລິດຕະພັນຕົວຈິງ ສຳລັບລາງການປະກວດລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025, ໂດຍມິຄະນະກຳມະການຈາກຝ່າຍລາວແລະ ຍີ່ປຸ່ນຮ່ວມຄັດເລືອກ ໃນວັນທີ 10-12 ມີນາ 2025 . ຜົນອອກມາຈະເປັນແນວໃດ ຈະປະກາດໃນວັນທີ 14 ມີນາ 2025

ປະກາດລາຍຊື່ຜູ້ສະໝັກປະກວດລາງວັນອອກແບບຜະລິດຕະພັນລາວດີເດັ່ນ Good Design Award LAOS 2025ທີ່ ຜ່ານການຄັດເລຶອກ ຮອບ1.
21/02/2025

ປະກາດລາຍຊື່ຜູ້ສະໝັກປະກວດລາງວັນອອກແບບຜະລິດຕະພັນລາວດີເດັ່ນ Good Design Award LAOS 2025
ທີ່ ຜ່ານການຄັດເລຶອກ ຮອບ1.

📢📢ແຈ້ງເຖິງ ບັນດານັກອອກແບບ-ບໍລິສັດທີ່ສົນໃຈເຂົ້າຮ່ວມສະໝັກປະກວດລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025 (LMARK 2025)ເລື່ອງ: ຂະ...
10/12/2024

📢📢ແຈ້ງເຖິງ ບັນດານັກອອກແບບ-ບໍລິສັດທີ່ສົນໃຈເຂົ້າຮ່ວມສະໝັກປະກວດລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025 (LMARK 2025)

ເລື່ອງ: ຂະຫຍາຍເວລາການຮັບສະໝັກຈົນຮອດວັນທີ 15 ກຸມພາ 2025.
ເພື່ອເປີດໂອກາດໃຫ້ບັນດານັກອອກແບບ-ບໍລິສັດທີ່ສົນໃຈໄດ້ມີເວລາໃນການກະກຽມປະກອບໃບສະໝັກ, ທາງຄະນະຈັດຕັ້ງປະກວດລາງວັນອອກແບບຜະລິດຕະພັນລາວດີເດັ່ນ ຈຶ່ງແຈ້ງມາຍັງທ່ານຊາບ.⭐️

"ການປະກວດອອກແບບຜະລິດຕະພັນລາວດີເດັ່ນ 2024 Lao Good Design Award "L Mark” ເຊິ່ງແມ່ນການຈັດເປັນຄັ້ງທີ 2, ເປັນການປະກວດທີ່ໃຫຍ່ທີ່ສຸດໃນປະເທດລາວ ຈັດຂຶ້ນໂດຍ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ກົມຊັບສິນທາງປັນຍາ, ສູນອາຊຽນ-ຍີ່ປຸ່ນ ແລະ ສະຖາບັນສົ່ງເສີມການອອກແບບຍີ່ປຸ່ນ."

⭕️🎲 ປະເພດການປະກວດອອກແບບຜະລິດຕະພັນ ລວມມີ 7 ກຸ່ມ:
1️⃣ ເຄື່ອງປະດັບ (Jewellery)
2️⃣ ເຄື່ອງຫຸ້ມຫໍ່ຜະລິດຕະພັນ (Packaging Design)
3️⃣ ເຄື່ອງປະດັບ ແລະ ເຄື່ອງໃຊ້ສ່ວນຕົວທີ່ເຮັດດ້ວຍມື
(Accessory and personal use from handmade)
4️⃣ ຫັດຖະກຳແຜ່ນແພທີ່ໃຊ້ຕົບແຕ່ງພາຍໃນບ້ານ
(Home textiles for decoration)
5️⃣ ເຄື່ອງນຸ່ງແຜ່ນແພ ສຳລັບທ່ານຍິງ ແລະ ທ່ານຊາຍ
Textile for fashion (men and women’s clothes)
6️⃣ ອອກແບບເຄຫະສະຖານ
(Architecture Design)
7️⃣ ອອກແບບດີຈີຕອນ
(Digital Design, UX/UI)

📍ຜູ້ທີ່ສາມາດເຂົ້າຮ່ວມການປະກວດ:
- ນັກອອກແບບຜະລິດຕະພັນ Design freelance
- ບໍລິສັດອອກແບບ Design company
- ບໍລິສັດຜູ້ຜະລິດ/ຜູ້ສົ່ງອອກທີ່ເປັນເຈົ້າຂອງຜະລິດຕະພັນ Exporter or Manufacturer

🏆🎈🎗ຜະລິດຕະພັນທີ່ໄດ້ຮັບການຄັດເລືອກຈະໄດ້ຮັບ ຈະໄດ້ຮັບ:
- ຖ້ວຍລາງວັນ ແລະ ໃບຢັ້ງຢືນ L Mark
- ຖືກຈັດພິມໃນປຶ້ມລາຍການ L Mark 2024
- ຈົດທະບຽນຊັບສິນທາງປັນຍາ (ອະນຸສິດທິບັດ, ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ ຫຼື ແຈ້ງຂໍ້ມູນລິຂະສິດ) ນໍາກົມຊັບສິນທາງປັນຍາ
- ນຳໃຊ້ກາໝາຍ L Mark ໃນຜະລິດຕະພັນຂອງຕົນເອງ.
- ໂຄສະນາຜ່ານງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດໃນໂອກາດຕ່າງໆ.
- ພ້ອມທັງສົ່ງເສີມໃຫ້ເປັນຕົວແບບສຶກສາໃຫ້ແກ່ຜູ້ສະໝັກ/ນັກອອກແບບປະກວດລາງວັນ L Mark 2025 ໃນປີຕໍ່ໄປ.
- ນອກຈາກນີ້ຜະລິດຕະພັນທີ່ໄດ້ຮັບລາງວັນ L Mark ຈະຖືກຄັດເລືອກໄປສົ່ງເຂົ້າຮ່ວມປະກວດ Good Design Award ທີ່ປະເທດຍີ່ປຸ່ນ ໃນເດືອນສິງຫາ ປີ 2025

📌ເປີດຮັບສະໝັກເລີ່ມແຕ່ ມື້ນີ້ – 15 ກຸມພາ 2025📌

ດາວໂຫຼດແບບຟອມສະໝັກໄດ້ທີ່: https://docs.google.com/.../1FAIpQLSeUFeCax9E5w0.../viewform
ຂໍ້ມູນເພີ່ມເຕີ່ມ https://www.g-mark.org/en

ພາຍຫລັງຕື່ມແບບຟອມສະໝັກໃຫ້ສົ່ງໃບສະໝັກໄດ້ທີ່ ກົມ ສຄ ຫຼື ເບີ WhatsApp 020 52282909 ຫຼື 02054494445

#ສະໝັກຟຣີ (Free Registration)


Address

Vientiane

Website

Alerts

Be the first to know and let us send you an email when Good Design Laos - L Mark posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share