Mindbloom ເເຫຼ່ງຂໍ້ມູນຄວາມຮູ້ທາງດ້ານ ຈິດຕະວິທະຍາ ສຳລັບເດັກ, ໄວໜຸ່ມ ແລະ ອົງກອນ ສົ່ງເສີມຄວາມເຂັ້ມແຂງທາງຈິດໃຈ, ພັດທະນາການຮຽນຮູ້ຢ່າງຮອບດ້ານ
ແລະ ການເຕີບໂຕຢ່າງມີຄວາມໝາຍ

FYI📌ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ຄູ່ມືໃໝ່ຊື່ວ່າ Psychological Self-Help Interventions: Delivering Self-Help for Indiv...
04/06/2026

FYI📌

ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ຄູ່ມືໃໝ່ຊື່ວ່າ Psychological Self-Help Interventions: Delivering Self-Help for Individuals ເຊິ່ງລວມເຖິງແນວທາງ Step-by-Step ແລະ Doing What Matters in Times of Stress.

ຈຸດເດັ່ນຂອງຄູ່ມືນີ້ຄື ບໍ່ຈຳເປັນຕ້ອງໃຊ້ການບຳບັດທີ່ຊັບຊ້ອນສະເໝີໄປ. ຖ້າມີໂຄງສ້າງທີ່ຊັດເຈນ, ມີຄູ່ມືທີ່ປອດໄພ ແລະ ມີຜູ້ຊ່ວຍທີ່ຜ່ານການຝຶກອົບຮົມໃຫ້ການສະໜັບສະໜູນສັ້ນໆ, ກໍສາມາດຊ່ວຍໃຫ້ຄົນເຮົາເລີ່ມດູແລສຸຂະພາບຈິດຂອງຕົນເອງໄດ້.

ຄູ່ມື WHO ນີ້ມີປະໂຫຍດຕໍ່ອົງກອນ ຫຼື ບໍລິສັດ ເພາະວ່າ “ຄວາມຄຽດ” ໃນບ່ອນເຮັດວຽກ ບໍ່ໄດ້ກະທົບແຕ່ຕົວບຸກຄົນຢ່າງດຽວ. ມັນສາມາດກະທົບໄປເຖິງປະສິດທິພາບການເຮັດວຽກ, ການສື່ສານໃນທີມ, ການຕັດສິນໃຈ, ຄວາມສຳພັນລະຫວ່າງຫົວໜ້າກັບທີມ ແລະ ບັນຍາກາດຂອງອົງກອນໂດຍລວມ.

ໃນຫຼາຍບ່ອນເຮັດວຽກ, ຄົນອາດຈະບໍ່ເວົ້າອອກມາກົງໆວ່າ “ກຳລັງເຄັ່ງຄຽດ” ຫຼື “ກຳລັງໝົດແຮງບັນດານໃຈ”. ແຕ່ມັນອາດສະແດງອອກຜ່ານອາການອື່ນໆ ເຊັ່ນ ເຮັດວຽກຊ້າລົງ, ຫງຸດຫງິດງ່າຍ, ຫຼີກລ້ຽງການສື່ສານ, ຂາດວຽກເລື້ອຍໆ, ເຮັດຜິດພາດຫຼາຍຂຶ້ນ ຫຼື ຮູ້ສຶກບໍ່ມີແຮງຈູງໃຈ. ຖ້າອົງກອນບໍ່ມີແນວທາງດູແລຕັ້ງແຕ່ຕົ້ນ, ບັນຫານ້ອຍໆ ອາດຄ່ອຍໆສະສົມຈົນກາຍເປັນ burnout, conflict ຫຼື turnover ທີ່ສູງຂຶ້ນ.

ສຳລັບອົງກອນ, ປະໂຫຍດທີ່ເຫັນໄດ້ຊັດເຈນມີ :

1. ຊ່ວຍປ້ອງກັນ burnout ແລະ ຄວາມເມື່ອຍລ້າທາງໃຈ
ເມື່ອພະນັກງານມີວິທີຈັດການຄວາມຄຽດແບບງ່າຍໆ ເຊັ່ນ ການກັບມາຢູ່ກັບປັດຈຸບັນ, ການສັງເກດຄວາມຄິດ, ການຈັດການອາລົມ ແລະ ການດູແລຕົນເອງປະຈຳວັນ, ຄວາມຄຽດຈະບໍ່ຖືກສະສົມຈົນເກີນໄປ.

2. ຊ່ວຍໃຫ້ຫົວໜ້າ ແລະ HR ມີແນວທາງສະໜັບສະໜູນທີ່ປອດໄພ
ຫົວໜ້າຫຼາຍຄົນຢາກຊ່ວຍທີມ ແຕ່ບໍ່ຮູ້ວ່າຄວນເວົ້າແນວໃດ ຫຼື ຄວນຊ່ວຍໃນຂອບເຂດໃດ. ຄູ່ມືລັກສະນະນີ້ຊ່ວຍໃຫ້ຫົວໜ້າເຂົ້າໃຈວ່າ ບົດບາດຂອງຕົນບໍ່ແມ່ນການເປັນນັກບຳບັດ, ແຕ່ແມ່ນການຮັບຟັງ, ສັງເກດ, ໃຫ້ການສະໜັບສະໜູນພື້ນຖານ ແລະ ສົ່ງຕໍ່ເມື່ອຈຳເປັນ.

3. ຊ່ວຍສ້າງວັດທະນະທຳອົງກອນທີ່ໃສ່ໃຈຄົນ
ເມື່ອອົງກອນມີເຄື່ອງມືດູແລໃຈ ມັນສົ່ງສັນຍານວ່າ “ສຸຂະພາບຂອງຄົນສຳຄັນ”. ນີ້ຊ່ວຍລົດການຕີຕາຕໍ່ບັນຫາສຸຂະພາບຈິດ ແລະ ຊ່ວຍໃຫ້ພະນັກງານກ້າຂໍຄວາມຊ່ວຍເຫຼືອໄວຂຶ້ນ.

4. ຊ່ວຍຂະຫຍາຍການດູແລໄດ້ງ່າຍ ແລະ ໃຊ້ຕົ້ນທຶນບໍ່ສູງ
ານຄວາມຄຽດພື້ນຖານ, ແຕ່ບາງຄົນອາດຕ້ອງການການບຳບັດ ຫຼື ການດູແລທີ່ເລິກກວ່າ. ຄູ່ມືນີ້ຊ່ວຍໃຫ້ອົງກອນເຫັນວ່າ ການດູແລຄວນມີຫຼາຍລະດັບ: self-help, brief support, referral, ແລະ professional care.

ຄູ່ມືນີ້ບໍ່ໄດ້ເຮັດໃຫ້ທຸກຄົນກາຍເປັນນັກບຳບັດ, ແຕ່ຊ່ວຍໃຫ້ທຸກອົງກອນ
ມີພື້ນຖານໃນການຮັບຟັງ, ສັງເກດ, ດູແລ ແລະ ສົ່ງຕໍ່ຢ່າງປອດໄພ.

ເຊິ່ງເພິ່ນໄດ້ນຳໃຊ້ ໃນສອງປະເທດຢ່າງກວ້າງຂວາງ ມີ ປະເທດ ໄທ ເເລະ ເລບານອນ

➡️ Read the news story: https://lnkd.in/eqc2uMAV

➡️ Explore the manual: https://lnkd.in/efJT6vD8

➡️ Access the Step-by-Step content: https://lnkd.in/ebmDUgzu

➡️ Learn more about WHO's work on self-help psychological interventions: https://lnkd.in/eBpMKEj3

#ສຸຂະພາບຈິດ #ດູແລໃຈ #ສຸຂະພາບຈິດໃນບ່ອນເຮັດວຽກ

Mind - Safe - Zone 101   ອີກໜຶ່ງບັນຫາທີ່ “ຄົນກາງ”ຫຼື ຄົນທີ່ມັກເປັນບ່ອນລະບາຍໃຫ້ຄົນອື່ນມັກພົບເຈີແມ່ນ…ຟັງຫຼາຍຮັບຮູ້ຫຼາຍເຂົ້...
23/05/2026

Mind - Safe - Zone 101

ອີກໜຶ່ງບັນຫາທີ່ “ຄົນກາງ”ຫຼື ຄົນທີ່ມັກເປັນບ່ອນລະບາຍໃຫ້ຄົນອື່ນມັກພົບເຈີແມ່ນ…

ຟັງຫຼາຍຮັບຮູ້ຫຼາຍເຂົ້າໃຈຄົນອື່ນຫຼາຍແຕ່ກັບລືມກັບມາຖາມຕົນເອງວ່າ:

“ແລ້ວໃຈຂອງເຈົ້າໂຕເດ?”

ໃນຍຸກນີ້ ໂດຍສະເພາະຄົນຮຸ່ນໃໝ່ຫຼາຍຄົນມັກເປັນຄົນທີ່ໝູ່ມາລະບາຍຄົນໃນຄອບຄົວມາປຶກສາຄົນຮອບຂ້າງມາເວົ້າເລື່ອງໜັກໆໃຫ້ຟັງ.

ເພາະເຮົາເຂົ້າໃຈ.ເພາະເຮົາຟັງເກັ່ງ.ເພາະເຮົາບໍ່ຕັດສິນ.ແຕ່ບາງຄັ້ງ ການຟັງຫຼາຍເກີນໄປໂດຍບໍ່ມີຂອບເຂດທາງອາລົມກໍອາດເຮັດໃຫ້ໃຈເຮົາເມື່ອຍໄດ້.

ໄພງຽບຂອງຄົນທີ່ມັກຮັບຟັງ
ຄືການຊຶມຊັບຄວາມທຸກ
ຈົນລືມດູແລໃຈຕົນເອງ

22/05/2026

ເປັນປຶ້ມທີ່ ລຽບງ່າຍ ຂໍ້ຄວາມສັ້ນໆ ໃຫ້ໂຕເອງເເຕ່ລະມື້
ເບິ່ງເເລ້ວສະບາຍຕາ NGV ,Australia

Mind - Safe -Zone 101 ໄດ້ຮັບຄຳຖາມ ເເລະຂໍ້ສົງໄສ ຈາກນ້ອງໆຫຼາຍຄົນ ໂດຍສະເພາະ ໄວເຮັດວຽກ ວ່າ: ເຮັດເເນວໃດຈື່ງຈະບໍ່ຄິດຫຼາຍ? ເປັນ...
20/05/2026

Mind - Safe -Zone 101

ໄດ້ຮັບຄຳຖາມ ເເລະຂໍ້ສົງໄສ ຈາກນ້ອງໆຫຼາຍຄົນ ໂດຍສະເພາະ ໄວເຮັດວຽກ ວ່າ: ເຮັດເເນວໃດຈື່ງຈະບໍ່ຄິດຫຼາຍ? ເປັນຫຍັງເພື່ອນຮ່ວມງານຄື.....ຄືບໍ່....ຄົນນີ້ຄືບໍ່.... ຄືບໍ່ເຂົ້າໃຈເຮົາ...
ມື້ນີ້ຈະຂໍມາເເບ່ງປັນ ວີທິການຈັດການເເນວຄວາມຄິດຈາກ ປຶ້ມທີ່ຂາຍດີທີ່ສຸດ ເເລະເປັນທີ່ນິຍົມໃນໄວເຮັດວຽກ
Let them theory ເເລະ ປະສົມກັບວີທິປັບເເບບຄວາມຄິດຕາມ CBT.
ມາຝຶກ Careless list Vs Care list ນຳກັນ
ທຸກຄົນສາມາດເເຊປະສົບການລຸ່ມຄອມເມັ້ນໄດ້ ❤️

ການເວົ້າຕໍ່ໜ້າຜູ້ຄົນ ອາດບໍ່ແມ່ນເລື່ອງງ່າຍສຳລັບທຸກຄົນ. ແຕ່ສຳລັບຫຼາຍຄົນ, ການກ້າກ້າວຂ້າມຄວາມຢ້ານ, ກ້າທ້າທາຍຕົນເອງ ແລະກ້າອອກ...
18/05/2026

ການເວົ້າຕໍ່ໜ້າຜູ້ຄົນ ອາດບໍ່ແມ່ນເລື່ອງງ່າຍສຳລັບທຸກຄົນ. ແຕ່ສຳລັບຫຼາຍຄົນ, ການກ້າກ້າວຂ້າມຄວາມຢ້ານ, ກ້າທ້າທາຍຕົນເອງ ແລະກ້າອອກມາຈາກມຸມທີ່ເຄີຍຢູ່ ເພື່ອແບ່ງປັນປະສົບການ ຄວາມຄິດ ແລະບົດຮຽນຊີວິດຂອງຕົນເອງ ສິ່ງນີ້ອາດເປັນຈຸດເລີ່ມຕົ້ນນ້ອຍໆ ທີ່ສາມາດສ້າງແຮງບັນດານໃຈໃຫ້ຫຼາຍຄົນເຊື່ອວ່າ “ທຸກຄົນມີສຽງ ແລະທຸກຄົນສາມາດເວົ້າໄດ້.”

ກ່ອນໜ້ານີ້ ຂ້າພະເຈົ້າເຄີຍໄດ້ແຕ່ນັ່ງຟັງ TED Talk ຜ່ານອອນລາຍ ແລະເຄີຍຄິດຢາກເຫັນພື້ນທີ່ແບບນີ້ເກີດຂຶ້ນໃນປະເທດຂອງເຮົາ. ເຄີຍວາດຝັນພຽງວ່າ ມື້ໜຶ່ງຢາກໄດ້ເຂົ້າໄປນັ່ງຟັງບົດເວົ້າທີ່ສ້າງແຮງບັນດານໃຈໃນເວທີແບບນັ້ນ.

ແຕ່ຄັ້ງນີ້ ຄວາມຝັນນັ້ນໄດ້ກ້າວໄປອີກຂັ້ນ .ຈາກຜູ້ນັ່ງຟັງໃນອອນໄລ ເເລະພອສເເຄັສ ກາຍມາເປັນຖືກຮັບໂອກາດໄດ້ມາເປັນຜູ້ຖ່າຍທອດ. ເຊິ່ງເປັນອີກໜຶ່ງບາດກ້າວທີ່ໄດ້ໃຫ້ໂອກາດຕົນເອງ ກ້າລອງ, ກ້າຝຶກຝົນ ແລະກ້າກ້າວຂ້າມຄວາມຢ້ານຂອງຕົນເອງ.

ຍອມຮັບວ່າ ມີທັງຄວາມຕື່ນເຕັ້ນ, ຄວາມກັງວົນ ແລະຄວາມຢ້ານຢູ່ໃນໃຈ. ແຕ່ເມື່ອໄດ້ເຫັນຄວາມຕັ້ງໃຈຂອງຜູ້ເຂົ້າຮ່ວມ, ໄດ້ຮັບກຳລັງໃຈຈາກຜູ້ຄົນຮອບຂ້າງ ແລະໄດ້ສຳຜັດເຖິງພະລັງຂອງການແບ່ງປັນ ສິ່ງເຫຼົ່ານັ້ນໄດ້ຊ່ວຍໃຫ້ຂ້າພະເຈົ້າກ້າວຂ້າມມັນມາໄດ້

ເວທີນີ້ ເປັນພື້ນທີ່ທີ່ຄົນລາວໄດ້ຟັງສຽງຂອງຄົນລາວ.ພື້ນທີ່ທີ່ຜູ້ມີປະສົບການ ນັກວິຊາຊີບ ແລະຄົນທີ່ມີບົດຮຽນຊີວິດ ໄດ້ກ້າອອກມາແບ່ງປັນ.ບໍ່ແມ່ນເພື່ອສ້າງຊື່ສຽງໃຫ້ຕົນເອງ, ແຕ່ເພື່ອສົ່ງຕໍ່ຄວາມຮູ້, ແຮງບັນດານໃຈ ແລະມຸມມອງໃໝ່ໆໃຫ້ສັງຄົມ. ໃນທີ່ສຸດ ກໍ່ໄດ້ເຫັນພາບນີ້ເກີດຂື້ນ
ຂໍຂອບໃຈທາງ ອຈ Thongdy Phommavongsa ເເລະທີມງານຈາກສູນ ສູນຝຶກທັກສະ TAKSA Training Center ເເລະ ຜູ້ຮ່ວມບັນຍາຍທີ່ໄດ້ເເບ່ງຄວາມຮູ້ປະສົບການຈາກຫຼາກຫຼາຍມູມມອງການລ້ຽງດູລູກ .

ຂ້ອຍເຊື່ອວ່າ ສັງຄົມລາວຂອງເຮົາ ຍັງມີອີກຫຼາຍສຽງທີ່ມີຄຸນຄ່າ, ຫຼາຍປະສົບການທີ່ສາມາດກາຍເປັນບົດຮຽນ ແລະຫຼາຍຄວາມຮູ້ຈາກນັກວິຊາຊີບລາວ ທີ່ຄວນຖືກໄດ້ຍິນ, ຖືກແບ່ງປັນ ແລະຖືກນຳໄປຕໍ່ຍອດ.

ເພາະຄວາມຮູ້ບໍ່ຄວນຢຸດຢູ່ພຽງກັບບຸກຄົນໃດບຸກຄົນໜຶ່ງ, ແຕ່ຄວນຖືກສົ່ງຕໍ່ເພື່ອສ້າງປະໂຫຍດ, ອັບເດດມຸມມອງໃໝ່ໆ ແລະສ້າງວັດທະນະທຳແຫ່ງການຮຽນຮູ້ຢ່າງຕໍ່ເນື່ອງໃຫ້ກັບຊຸມຊົນ ໃນທຸກກຸ່ມອາຍຸ.

ການຮຽນຮູ້ບໍ່ມີມື້ຢຸດ. ເຖິງແມ່ນວ່າເຮົາຈະກ້າວມາເປັນພໍ່ແມ່, ເປັນຄູອາຈານ, ເປັນນັກວິຊາຊີບ ຫຼືເປັນຜູ້ນຳໃນບົດບາດໃດກໍຕາມ ເຮົາທຸກຄົນກໍຍັງຕ້ອງໄດ້ຮຽນຮູ້, ເຕີບໂຕ ແລະພັດທະນາຕໍ່ໄປ.

ຂໍໃຫ້ເວທີແບບນີ້ ກາຍເປັນອີກໜຶ່ງແຮງຜັກດັນ ໃຫ້ນັກວິຊາຊີບ ຄູອາຈານ ຜູ້ເຮັດວຽກຊຸມຊົນ ແລະຄົນລາວທຸກສາຂາ ກ້າອອກມາແບ່ງປັນສຽງຂອງຕົນເອງ. ເພາະສຽງໜຶ່ງສຽງ ອາດກາຍເປັນແຮງບັນດານໃຈໃຫ້ອີກຫຼາຍຄົນ.

#ເວທີຂອງຄົນລາວ
#ໂດຍຄົນລາວເພື່ອຄົນລາວ
#ທຸກຄົນມີສຽງ
#ກ້າກ້າວຂ້າມຄວາມຢ້ານ
#ກ້າແບ່ງປັນ
#ແຮງບັນດານໃຈ
#ການຮຽນຮູ້
#ການປ່ຽນແປງ
#ນັກເວົ້າລາວ




ຜ່ານໄປແລ້ວກັບກິດຈະກຳ “ການຝຶກອົບຮົມທັກສະການສື່ສານເພື່ອສ້າງການຮ່ວມມືລະຫວ່າງຄູອາຈານ ແລະ ຜູ້ປົກຄອງ” ເພື່ອຮ່ວມກັນສົ່ງເສີມການຮ...
12/05/2026

ຜ່ານໄປແລ້ວກັບກິດຈະກຳ “ການຝຶກອົບຮົມທັກສະການສື່ສານເພື່ອສ້າງການຮ່ວມມືລະຫວ່າງຄູອາຈານ ແລະ ຜູ້ປົກຄອງ” ເພື່ອຮ່ວມກັນສົ່ງເສີມການຮຽນຮູ້ ແລະ ພັດທະນາການຂອງນັກຮຽນ ທັງໃນໂຮງຮຽນ ແລະ ຢູ່ບ້ານ.

ນີ້ແມ່ນອີກໜຶ່ງຫົວຂໍ້ທີ່ສຳຄັນ ແລະ ຈຳເປັນຫຼາຍ ໂດຍສະເພາະໃນຍຸກທີ່ “ການສື່ສານ” ກາຍເປັນທັກສະພື້ນຖານສຳຄັນ ໃນຂົງເຂດວຽກງານການສຶກສາ ທີ່ຕ້ອງໄດ້ນຳໄປປັບໃຊ້ໃຫ້ເໝາະສົມກັບບໍລິບົດຂອງຍຸກສະໄໝ.

ຂໍຂອບໃຈຄູອາຈານທຸກທ່ານທີ່ໃຫ້ຄວາມຕັ້ງໃຈ ເຂົ້າຮ່ວມຢ່າງກະຕືລືລົ້ນ ແລະ ຮ່ວມແລກປ່ຽນຜ່ານການຖາມ-ຕອບ ພ້ອມກັບການນຳເຄສທີ່ເກີດຂຶ້ນຈິງໃນຫ້ອງຮຽນມາຮ່ວມວິເຄາະ ແລະ ຮຽນຮູ້ຮ່ວມກັນຢ່າງລົງເລີກ.

ການສື່ສານທີ່ດີ ບໍ່ແມ່ນພຽງແຕ່ການເວົ້າໃຫ້ເຂົ້າໃຈ ແຕ່ແມ່ນການຟັງດ້ວຍຄວາມເຂົ້າໃຈ ການສ້າງຄວາມໄວ້ວາງໃຈ ແລະ ການຮ່ວມມືກັນເພື່ອຜົນປະໂຫຍດສູງສຸດຂອງນັກຮຽນ.

ຈຸດປະສົງຂອງການນຳຄວາມຮູ້ນີ້ມາແບ່ງປັນ ບໍ່ແມ່ນເພື່ອຕີປ້າຍ ຫຼື ຕັດສິນພຶດຕິກຳຂອງເດັກ, ຜູ້ປົກຄອງ ຫຼື ຄູອາຈານ ແຕ່ແມ່ນເພື່ອຊ່ວຍໃຫ້ເຮົາເຂົ້າໃຈກັນຫຼາຍຂຶ້ນ ທັງສອງດ້ານ, ເຂົ້າໃຈສາເຫດທີ່ຢູ່ເບື້ອງຫຼັງພຶດຕິກຳ ແລະ ຕອບສະໜອງຕໍ່ກັນດ້ວຍຄວາມເມດຕາ ຄວາມເຂົ້າໃຈ ແລະ ຄວາມເຫັນອົກເຫັນໃຈ.

ຫວັງວ່າຄວາມຮູ້ ແລະ ທັກສະຈາກກິດຈະກຳຄັ້ງນີ້ ຈະຊ່ວຍເສີມໃຫ້ຄູອາຈານສາມາດສື່ສານກັບຜູ້ປົກຄອງໄດ້ຢ່າງເຂົ້າໃຈ ອ່ອນໂຍນ ແລະ ມີປະສິດທິຜົນຫຼາຍຂຶ້ນ.

ຂອບໃຈຫຼາຍໆສຳລັບການມີສ່ວນຮ່ວມ ແລະ ພະລັງງານທີ່ດີໃນການຮຽນຮູ້ຮ່ວມກັນ.

MindbloomCounseling









#ການສື່ສານເຊີງບວກ
#ຄູແລະຜູ້ປົກຄອງ
#ການຮ່ວມມືເພື່ອເດັກນ້ອຍ
#ສຸຂະພາບໃຈເດັກ
#ໂຮງຮຽນແລະຄອບຄົວ

09/05/2026

ເເລ້ວມາສົນທະນານຳກັນ ❤️ ເຮົາມີນັດກັນວັນທີ 16/05/26ນີ້ ☺️

09/05/2026
ບາງຄັ້ງ…ເຮົາບໍ່ໄດ້ຕອບສະໜອງລູກແຕ່ເຮົາກຳລັງຕອບສະໜອງ “ອະດີດ”ທ່ານເຄີຍສົງໄສບໍ່ວ່າ…ຮູບແບບການລ້ຽງລູກໃນມື້ນີ້ຂອງເຮົາແທ້ໆແລ້ວ… ມັ...
03/05/2026

ບາງຄັ້ງ…
ເຮົາບໍ່ໄດ້ຕອບສະໜອງລູກ
ແຕ່ເຮົາກຳລັງຕອບສະໜອງ “ອະດີດ”

ທ່ານເຄີຍສົງໄສບໍ່ວ່າ…

ຮູບແບບການລ້ຽງລູກໃນມື້ນີ້ຂອງເຮົາ
ແທ້ໆແລ້ວ… ມັນຖືກຂັບເຄື່ອນມາຈາກຫຍັງ?

ມັນມາຈາກ ຂໍ້ມູນໃນອິນເຕີເນັດບໍ?
ມັນມາຈາກປະສົບການສ່ວນຕົວຂອງເຮົາບໍ?

ຫຼື ມາຈາກ ຄຳແນະນຳຂອງຄອບຄົວ ຫຼື ສັງຄົມຮອບຂ້າງ?

ແນ່ນອນ…ສິ່ງເຫຼົ່ານັ້ນມີສ່ວນ

ແຕ່ມີອີກປັດໃຈໜຶ່ງ…ທີ່ງານວິໄຈລະດັບໂລກ ໄດ້ພົບວ່າ ສົ່ງຜົນຕໍ່ການລ້ຽງດູ ແລະ ເປັນສາເຫດ ທີ່ຄ່ອຍໆ “ນຳພາເຮົາແບບງຽບໆ"ໂດຍທີ່ເຮົາບໍ່ຮູ້ຕົວ

ເປັນຫຍັງເຮົາຈຶ່ງຢາກ ໃຫ້ລູກໄດ້ຮຽນສູງ?
ເປັນຫຍັງເຮົາຈຶ່ງຢາກ ກຽມທຸກຢ່າງໃຫ້ລູກພ້ອມ?

ເປັນຫຍັງບາງຄັ້ງ ເຮົາຈຶ່ງບໍ່ກ້າຮ້າຍ ຫຼື ບໍ່ກ້າລົມນຳລູກ?

ແລະ ເປັນຫຍັງ… ທັ້ງໆທີ່ເຮົາຮັກລູກຫຼາຍ ແຕ່ລູກກັບຮູ້ສຶກບໍ່ເຂົ້າໃຈ ຫຼື ປິດກັ້ນຕົນເອງ?ຫຼື ເອົາປຽບພໍ່ເເມ່

ຄຳວ່າ "ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ”

ໃນມື້ນີ້…ມັນຍັງໃຊ້ໄດ້ຄືເກົ່າບໍ?ຫຼື ພວກເຮົາຄວນກັບມາຖາມຄຳຖາມໃໝ່…

ຕາມຫຼັກຈິດຕະວິທະຍາ

ພໍ່ແມ່ ບໍ່ສາມາດໃຫ້ສິ່ງທີ່ເຂົາບໍ່ເຄີຍໄດ້ຮັບ ປຽບດັ່ງປື້ມເລື່ອງໜຶ່ງ…ທີ່ຖືກຂຽນມາກ່ອນແລ້ວ ແລະຖືກສົ່ງຕໍ່ ຈາກລຸ້ນໜຶ່ງ ໄປຫາອີກລຸ້ນໜຶ່ງ…ໂດຍທີ່ພວກເຮົາບໍ່ທັນຮູ້ຕົວ

ແລະເມື່ອລູກເຕີບໃຫຍ່…ບາງພຶດຕິກຳ ກໍເລີ່ມປາກົດຂຶ້ນ

ບາງຢ່າງ ທີ່ພໍ່ແມ່ອາດບໍ່ທັນກຽມໃຈຮັບ ຜົນທີ່ອາດກົງກັນຂ້າມກັບທີ່ຄາດຫວັງໄວ້

ແຕ່ໃນງານ Speak Like TED ວັນທີ 16/05/2026 ນີ້…

ຂໍເຊີນທ່ານ ມາຮ່ວມຄົ້ນຫາ ປັດໃຈລະດັບ “ອະນຸພາກ”
ທີ່ສົ່ງຜົນຕໍ່ອາລົມ ແລະ ການລ້ຽງລູກຂອງເຮົາ ແລະ ໂດຍສະເພາະ…

ໃນຍຸກ AI ,ຍຸກທີ່ທຸກຢ່າງກຳລັງໄວຂຶ້ນ
ແຕ່ຈິດໃຈຄົນ ຍັງຕ້ອງການຄວາມເຂົ້າໃຈຫຼາຍຂື້ນ

“ມາຮັບຮູ້ ແລະ ຮູ້ທັນຕົນເອງ ໄປພ້ອມໆກັນ”

ລົງທະບຽນໄດ້ເເລ້ວມື້ນີ້ ທີ່ນັ່ງມີຈຳນວນຈຳກັດ

Mindbloom

Mindbloom ຮູ້ສຶກດີໃຈທີ່ໄດ້ເປັນສ່ວນໜື່ງໃນການສົ່ງເສີມວຽກງານການສອນເເບບມີສ່ວນຮ່ວມ (Inclusive learning ) ໂດຍສະເພາະສົ່ງການສ້າງ...
29/04/2026

Mindbloom ຮູ້ສຶກດີໃຈທີ່ໄດ້ເປັນສ່ວນໜື່ງໃນການສົ່ງເສີມວຽກງານການສອນເເບບມີສ່ວນຮ່ວມ (Inclusive learning ) ໂດຍສະເພາະສົ່ງການສ້າງຄວາມຕະໜັກໃນນັກຮຽນທີ່ມີຄວາມຫຼາຍຫຼາຍທາງດ້ານການຮັບຮູ້ ຫຼື Neurodivergents . ທາງເຮົາໄດ້ເລັງເຫັນ ຜົນກະທົບຂອງການປ່ຽນເເປງທາງຍຸກສະໄໝ ໂດຍສະເພາະ ຍຸກທີ່ໃີການນຳໃຊ້ໜ້າຈໍໃນຊີວິດປະຈຳວັນ ເເລະສົ່ງຜົນກະທົບເເກ່ໄວໜຸ່ມ ໂດຍສະເພາະໄວຮຽນ ການໃຫ້ຂໍ້ມູນກຽມພ້ອມເເກ່ຄູອາຈານເເມ່ນສພຄັນ ເຜື່ອການຮັບມືເເລະສົ່ງຕໍ່ຢ່າງທ່ວງທັນ ໂດຍສະເພາະ ພາວະສະມາທິສັ້ນ ໃນເດັກ (ADHD) .

Address

Vientiane
041

Opening Hours

Thursday 10:00 - 21:00
Friday 10:00 - 21:00
Saturday 10:00 - 21:00
Sunday 10:00 - 21:00

Website

Alerts

Be the first to know and let us send you an email when Mindbloom posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Mindbloom:

Share