The XYZ Art Center

The XYZ Art Center The XYZ Art and Culture Center - an Art and culture hub for change; uniting, empowering and inspiring Laos through creativity.

Express to Collaborate Creatively for Inclusion.

ພວກເຮົາຮູ້ສຶກຂອບໃຈຢ່າງເລິກເຊິ່ງ ສຳລັບການສະໜັບສະໜູນຈາກ SAP ທີ່ຈະພະພວກເຮົາກ້າວໄປອີກຂັ້ນໜຶ່ງ ໃນການຂະຫຍາຍບໍລິສັດຂອງພວກເຮົາ.ໃ...
25/07/2026

ພວກເຮົາຮູ້ສຶກຂອບໃຈຢ່າງເລິກເຊິ່ງ ສຳລັບການສະໜັບສະໜູນຈາກ SAP ທີ່ຈະພະພວກເຮົາກ້າວໄປອີກຂັ້ນໜຶ່ງ ໃນການຂະຫຍາຍບໍລິສັດຂອງພວກເຮົາ.

ໃນຖານະທີ່ SAP ເປັນຜູ້ນຳລະດັບໂລກ ດ້ານແອັບພລິເຄຊັນສຳລັບອົງກອນ ແລະ Business AI, SAP ແມ່ນຈຸດເຊື່ອມຕໍ່ສຳຄັນ ລະຫວ່າງທຸລະກິດ ແລະ ເທັກໂນໂລຊີ. ເປັນເວລາກວ່າ 50 ປີແລ້ວ ທີ່ບັນດາອົງກອນຕ່າງໆ ໄດ້ໄວ້ວາງໃຈ SAP ໃນການດຶງເອົາສັກກະຍະພາບທີ່ດີທີ່ສຸດຂອງພວກເຂົາອອກມາ ໂດຍການຮວມເອົາການດຳເນີນງານທີ່ສຳຄັນຂອງທຸລະກິດ ເຂົ້າໄວ້ບ່ອນດຽວກັນ ເຊັ່ນ: ການເງິນ, ການຈັດຊື້-ຈັດຈ້າງ, ການບໍລິຫານຊັບພະຍາກອນມະນຸດ (HR), ຫ່ວງໂສ້ອຸປະທານ, ແລະ ປະສົບການຂອງລູກຄ້າ.

ຜ່ານການສະໜັບສະໜູນຂອງພວກເຂົາ, ໂດຍສະເພາະແມ່ນການປັບປຸງໂຄງສ້າງບໍລິສັດ, ລະບົບການເງິນ ແລະ ການບໍລິຫານຊັບພະຍາກອນມະນຸດ, SAP ໄດ້ຊ່ວຍໃຫ້ພວກເຮົາສ້າງຮາກຖານທີ່ເຂັ້ມແຂງ ແລະ ຍືນຍົງຍິ່ງຂຶ້ນ. ນີ້ແມ່ນໂອກາດທີ່ດີ ສຳລັບພວກເຮົາ ທີ່ຈະໄດ້ຮຽນຮູ້ຈາກຜູ້ນຳໃນຂະແໜງທຸລະກິດ, ຍົກລະດັບການດຳເນີນງານທາງທຸລະກິດຂອງພວກເຮົາ, ແລະ ຊ່ວຍສະໜັບສະໜູນຊຸມຊົນສ້າງສັນຂອງພວກເຮົາ ໃຫ້ດີຂຶ້ນໃນໄລຍະຍາວ.

ຂອບໃຈ SAP ທີ່ເຊື່ອໝັ້ນໃນວິໄສທັດຂອງພວກເຮົາ ແລະ ຊ່ວຍຊຸກຍູ້ການເຕີບໂຕຂອງພວກເຮົາ!
____________________

We are deeply grateful for the support from SAP as we take a huge step forward in scaling our mission.

SAP is as a global leader in enterprise applications and business AI, SAP stands at the nexus of business and technology. For over 50 years, organisations have trusted SAP to bring out their best by uniting business-critical operations spanning finance, procurement, HR, supply chain, and customer experience.

Through their support, specifically in refining our company structure financial and HR practices, SAP is helping us build a stronger, more sustainable foundation. This is an incredible opportunity for us to learn from industry leaders, elevate our business operations, and better support our creative community for the long haul.
Thank you, SAP, for believing in our vision and empowering our growth!

08/07/2026

Behind the scenes

KHUAN invites you to explore the invisible connection between mind, body, and spirit through contemporary art inspired by Lao cultural traditions.

Join us in Luang Prabang

📍 Luang Prabang Preschool
📅 10–25 July 2026
🕘 9:00 AM – 7:00 PM
🎟 15,000kip

Behind the scenes of the upcoming KHUAN exhibition Loading…Luang Prabang 📅 10–25 July 2026🕘 9:00 – 19:00📍 Luang Prabang ...
08/07/2026

Behind the scenes of the upcoming KHUAN exhibition
Loading…
Luang Prabang

📅 10–25 July 2026
🕘 9:00 – 19:00
📍 Luang Prabang Preschool, Luang Prabang
🎟️ 15,000kip / per person

Stay tuned

ງານວາງສະແດງ KHUAN | ຫຼວງພະບາງ 2026ຂໍເຊີນທຸກທ່ານຮ່ວມສຳຜັດງານວາງສະແດງຮ່ວມສະໄໝທີ່ຖືກສ້າງຂຶ້ນຈາກແນວຄວາມຄິດ "ຂວັນ" ມໍລະດົກທາງ...
04/07/2026

ງານວາງສະແດງ KHUAN | ຫຼວງພະບາງ 2026

ຂໍເຊີນທຸກທ່ານຮ່ວມສຳຜັດງານວາງສະແດງຮ່ວມສະໄໝທີ່ຖືກສ້າງຂຶ້ນຈາກແນວຄວາມຄິດ "ຂວັນ" ມໍລະດົກທາງຈິດວິນຍານອັນເລິກເຊິ່ງຂອງວັດທະນະທຳລາວ.

ຂວັນ ແມ່ນຄວາມເຊື່ອທາງຈິດວິນຍານທີ່ຝັງຮາກລຶກໃນຄວາມເປັນລາວ ຖືກສືບທອດຈາກຄົນຮຸ່ນສູ່ຮຸ່ນ ເພື່ອສະທ້ອນຄວາມສຳພັນລະຫວ່າງຈິດໃຈ ຮ່າງກາຍ ແລະ ຈິດວິນຍານ.

ໄດ້ຮັບການສະໜັບສະໜູນຈາກ
Beerlao
Swiss Development & Cooperation
Senglao Café
IM Motors Laos
BlueGrass Design Group

📅 10–25 ກໍລະກົດ 2026
🕘 09:00–19:00 ໂມງ
📍 ໂຮງຮຽນປະຖົມຫຼວງພະບາງ
🎟️ 15,000ກີບຕໍ່ຄົນ
_____________________

KHUAN Exhibition | Luang Prabang 2026

Step into a contemporary cultural exhibition inspired by the Lao spiritual concept of KHUAN.

KHUAN is a living spiritual belief deeply rooted in Lao culture, passed down through generations as a way of understanding the connection between the mind, body, and spirit.

Supported by
BeerLao
Swiss development & cooperation
Senglao Boutique hotel
IM motor laos
BlueGrass design group

📅 10–25 July 2026
🕘 9:00 – 19:00
📍 Luang Prabang Preschool, Luang Prabang
🎟️ 15,000kip / per person

📣 ປະກາດລາຍຊື່ສິລະປິນທີ່ໄດ້ຮັບຄັດເລືອກSELECTED ARTISTS ANNOUNCEMENTThe XYZ Art Center ຮ່ວມກັບ MAG Laos ແລະ ໄດ້ຮັບການສະໜັບ...
30/06/2026

📣 ປະກາດລາຍຊື່ສິລະປິນທີ່ໄດ້ຮັບຄັດເລືອກ
SELECTED ARTISTS ANNOUNCEMENT

The XYZ Art Center ຮ່ວມກັບ MAG Laos ແລະ ໄດ້ຮັບການສະໜັບສະໜູນຈາກ Norway, The European Union ແລະ SDC ຂໍຂອບໃຈສິລະປິນທຸກທ່ານທີ່ສົ່ງໃບສະໝັກເຂົ້າຮ່ວມໂຄງການ “Land and Memory: Living with UXO in Lao PDR.”

ຂໍສະແດງຄວາມຍິນດີກັບສິລະປິນທີ່ໄດ້ຮັບຄັດເລືອກ:

• Willie Xaiwouth
• Kheuobkham Vongpathoum
• Hinseela Vongdala
• Viengphet Thongmalith
• Noutnapha Soydala

ຂໍຂອບໃຈຜູ້ສະໝັກທຸກທ່ານ ແລະ ຂໍອວຍພອນໃຫ້ທຸກທ່ານປະສົບຄວາມສຳເລັດໃນເສັ້ນທາງສາຍສິລະປະ.

⸻———————————

📣 SELECTED ARTISTS ANNOUNCEMENT

The XYZ Art Center, in partnership with MAG Laos and with the support of Norway, the European Union, and SDC, thanks everyone who applied to “Land and Memory: Living with UXO in Lao PDR.”

Congratulations to the selected artists:

• Willie Xaiwouth
• Kheuobkham Vongpathoum
• Hinseela Vongdala
• Viengphet Thongmalith
• Noutnapha Soydala

Thank you to all applicants for your thoughtful submissions. We look forward to sharing this journey and the exhibition with you.

🎨 Curator Talkຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານ ທີ່ໄດ້ມາຮ່ວມແລກປ່ຽນ ແລະ ຮຽນຮູ້ໄປນຳກັນໃນງານ Curator Talk ເມື່ອວັນທີ 27 ມິຖຸນາ 20...
29/06/2026

🎨 Curator Talk

ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານ ທີ່ໄດ້ມາຮ່ວມແລກປ່ຽນ ແລະ ຮຽນຮູ້ໄປນຳກັນໃນງານ Curator Talk ເມື່ອວັນທີ 27 ມິຖຸນາ 2026.

ຂໍຂອບໃຈ ດຣ. ວັງຫົວ ແອນໂທນີ ວິວ (Dr. Vanghoua Anthony Vue) ສຳລັບການແບ່ງປັນມຸມມອງ ແລະ ການສົນທະນາທີ່ເປັນແຮງບັນດານໃຈ.
ຂອບໃຈທຸກການມີສ່ວນຮ່ວມ ແລະ ພົບກັນໃນກິດຈະກຳຄັ້ງຕໍ່ໄປ!



🎨 Curator Talk

Thank you to everyone who joined our Curator Talk on 27 June 2026.

A special thank you to Dr. Vanghoua Anthony Vue for sharing your inspiring insights and experiences. We also appreciate everyone who participated and contributed to the meaningful discussions.

HER PATH 2026 | ປະກາດລາຍຊື່ສິລະປິນທີ່ໄດ້ຮັບດານຄັດເລືອກ ພວກເຮົາມີຄວາມຍິນດີປະກາດວ່າ ສິລະປິນຍິງລາວ 3 ທ່ານ ໄດ້ຮັບຄັດເລືອກເຂົ...
25/06/2026

HER PATH 2026 | ປະກາດລາຍຊື່ສິລະປິນທີ່ໄດ້ຮັບດານຄັດເລືອກ

ພວກເຮົາມີຄວາມຍິນດີປະກາດວ່າ ສິລະປິນຍິງລາວ 3 ທ່ານ ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການ HER PATH.

- Ms. Souliphone Rattanavong
- Mrs. Daomani Rattanavong
- Ms. Tounisa Lornamphim

ການເດີນທາງຂອງພວກເຂົາຈະເລີ່ມຕົ້ນດ້ວຍການເດີນທາງພາຍໃນປະເທດລາວ ເພື່ອຄົ້ນຄວ້າວັດທະນະທຳ ແລະ ພັດທະນາແນວທາງສ້າງສັນທາງສິລະປະ ກ່ອນຈະເດີນທາງໄປຍັງປະເທດເພື່ອນບ້ານ ເພື່ອແລກປ່ຽນປະສົບການ, ສ້າງເຄືອຂ່າຍ ແລະ ເຊື່ອມໂຍງກັບສິລະປິນ ແລະ ອົງກອນດ້ານວັດທະນະທຳໃນພາກພື້ນ.

ໄດ້ຮັບການສະໜັບສະໜູນຈາກ
Mekong Cultural Hub

ຕິດຕາມການເດີນທາງ ແລະ ເປັນສ່ວນໜຶ່ງໃນເສັ້ນທາງຂອງພວກເຂົາໄປນຳກັນ!! 🌏🎨
_________________

HER PATH 2026 | Selected Artists Announcement

We are excited to announce that three female Lao artists have been selected to join the HER PATH program.

- Ms. Souliphone Rattanavong
- Mrs. Daomani Rattanavong
- Ms. Tounisa Lornamphim

Their journey begins with cultural research and artistic development across Laos, followed by regional travel to Thailand, Vietnam, or Cambodia for professional exposure, networking, and exchange with artists and cultural organizations.

Supported by
Mekong Culture Hub

Stay tuned and follow the journey with them. 🌏🎨

ROOTS: Dialogue - ຂອບໃຈທີ່ຮ່ວມເດີນທາງນີ້ໄປນຳກັນ 🌿ເມື່ອງານວາງສະແດງ ROOTS: Dialogue (ການສົນທະນາແຫ່ງຮາກເງົ້າ) ໄດ້ຈົບລົງ ພວກ...
18/06/2026

ROOTS: Dialogue - ຂອບໃຈທີ່ຮ່ວມເດີນທາງນີ້ໄປນຳກັນ 🌿

ເມື່ອງານວາງສະແດງ ROOTS: Dialogue (ການສົນທະນາແຫ່ງຮາກເງົ້າ) ໄດ້ຈົບລົງ ພວກເຮົາຢາກຂໍເວລາເພື່ອກ່າວຄຳຂອບໃຈຕໍ່ຊ່າງຫັດຖະກຳທຸກຄົນ, ຜູ້ເຂົ້າຊົມທຸກທ່ານ ແລະ ພາກສ່ວນຮ່ວມມືທຸກຝ່າຍ ທີ່ໄດ້ຮ່ວມກັນສ້າງໃຫ້ໂຄງການນີ້ເກີດຂຶ້ນໄດ້ຢ່າງງົດງາມ.

ຕະຫຼອດຫຼາຍເດືອນທີ່ຜ່ານມາ ໂຄງການນີ້ໄດ້ພາພວກເຮົາເດີນທາງຈາກປ່າເລິກໃນບ້ານໂຄບົງ ເມືອງນາກາຍ ສູ່ຊຸມຊົນທໍຜ້າໃນບ້ານນາຍາງ ແລະ ບ້ານນາປຸນ ແຂວງວຽງຈັນ ເພື່ອບັນທຶກ ແລະ ສະຫຼອງຄຸນຄ່າຂອງພູມປັນຍາການຈັກສານໄມ້ໄຜ່ ແລະ ຫວາຍ ທີ່ໄດ້ຖືກສືບທອດຈາກຄົນຮຸ່ນສູ່ຄົນຮຸ່ນ.

🧵 ຊ່າງຫັດຖະກຳ 31 ຄົນ ຈາກ 3 ຊຸມຊົນໄດ້ເຂົ້າຮ່ວມ (77% ເປັນແມ່ຍິງ)
🎨 ສິລະປິນ 3 ທ່ານ ຮ່ວມຕີຄວາມເປັນມໍລະດົກທາງວັດທະນະທຳໃນຮູບແບບສິລະປະຮ່ວມສະໄໝ
👥 ຜູ້ເຂົ້າຮ່ວມໂຄງການທັງໝົດ 45 ຄົນ
🖼️ ຜູ້ເຂົ້າຊົມນິທັດສະການ 1,539 ຄົນ ແລະ ນັກຮຽນ 134 ຄົນ ລວມແລ້ວກວ່າ 1,670 ຄົນ
👶 ເດັກນ້ອຍ 311 ຄົນ ໃນຈຳນວນຜູ້ເຂົ້າຊົມ ສະທ້ອນໃຫ້ເຫັນວ່າຄົນຮຸ່ນໃໝ່ກຳລັງເລີ່ມເຊື່ອມໂຍງກັບຮາກເງົ້າຂອງຕົນ
📱 ການເຜີຍແຜ່ຜ່ານສື່ສັງຄົມ 44 ໂພສ ສ້າງຍອດກົດຖືກໃຈ 9,084 ຄັ້ງ, ການແບ່ງປັນ 460 ຄັ້ງ ແລະ ຍອດຮັບຊົມວິດີໂອ 12,079 ຄັ້ງ
🤝 ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການໃຫ້ກຽດເຂົ້າຮ່ວມໃນພິທີເປີດຈາກຜູ້ແທນລັດຖະບານ ແລະ ຄະນະທູດລະດັບສູງ ລວມທັງ ທ່ານ ດາລານີ ພົມມະວົງສາ ຮອງລັດຖະມົນຕີວ່າການ ກະຊວງວັດທະນະທຳ ແລະ ທ່ານນາງ ເບເນດິກ ເດ ຊອງ (Bénédicte Deschamps) ເອກອັກຄະລັດຖະທູດຝຣັ່ງປະຈຳ ສປປ ລາວ

ໂຄງການນີ້ເກີດຂຶ້ນໄດ້ດ້ວຍການສະໜັບສະໜູນຈາກ METIS Endowment Fund, ສະມາຄົມຫັດຖະກຳລາວ ແລະ ກົມມໍລະດົກ ພ້ອມທັງຊ່າງຫັດຖະກຳໃນບ້ານໂຄບົງ, ບ້ານນາຍາງ ແລະ ບ້ານນາປຸນ ທີ່ໄດ້ເປີດບ້ານຕ້ອນຮັບພວກເຮົາ ແລະ ແບ່ງປັນທັງຝີມື, ເລື່ອງລາວ ແລະ ຮາກເງົ້າຂອງພວກເຂົາ.

ROOTS: Dialogue ຈະສິ້ນສຸດລົງໃນຖານະງານວາງສະແດງແຕ່ບົດສົນທະນາທີ່ໂຄງການນີ້ໄດ້ເລີ່ມຕົ້ນຂຶ້ນ ລະຫວ່າງປະເພນີ ແລະ ນະວັດຕະກຳ, ລະຫວ່າງຜູ້ຄົນ ແລະ ຜືນແຜ່ນດິນທີ່ຫຼໍ່ລ້ຽງຊີວິດຂອງພວກເຮົາ, ຈະຍັງດຳເນີນຕໍ່ໄປ.

ຂອບໃຈທີ່ໄດ້ເປັນສ່ວນໜຶ່ງຂອງການເດີນທາງນີ້. 🌾
___________________________

ROOTS: Dialogue - Thank You for Walking This Journey With Us 🌿

As the doors close on ROOTS: Dialogue (ການສົນທະນາແຫ່ງຮາກເງົາ), we want to pause and say thank you to every artisan, every visitor, and every partner who made this project come alive.

Over the past several months, this project carried us from the deep forests of Ban Kobong, Nakai District, to the weaving communities of Ban Nayang and Ban Napun in Vientiane Province, documenting and celebrating the bamboo and rattan craftsmanship passed down through generations.

🧵 31 artisans engaged across 3 communities (77% women)
🎨 3 featured artists translating tradition into contemporary art
👥 45 total participants in the project
🖼️ 1,539 exhibition visitors and 134 students reached, over 1,670 people in total
👶 311 children among our visitors, the next generation already connecting with their roots
📱 44 social media posts, 9,084 likes, 460 shares, and 12,079 video views
🤝 Honoured by the presence of senior government and diplomatic guests at our opening, including H.E. Mrs. Dalany Phommavongsa, Deputy Minister of Culture, and H.E. Madame Bénédicte Deschamps, French Ambassador to Laos

This project was made possible with the support of the METIS Endowment Fund, the Lao Handicraft Association, and the Department of Heritage, and most of all, the artisans of Ban Kobong, Ban Nayang, and Ban Napun, who welcomed us into their homes and shared their craft, their stories, and their roots.

ROOTS: Dialogue may be ending as an exhibition, but the conversation it started, between tradition and innovation, between people and the land that sustains them, continues.

Thank you for being part of it. 🌾

🎨 ງານສຳມະນາ Curator Talkຂໍເຊີນທຸກທ່ານເຂົ້າຮ່ວມສຳມະນາໃນວັນທີ 27 ມິຖຸນາ 2026 ທີ່ The XYZ office (Parkson ຊັ້ນ 3) ຮ່ວມກັບ ດ...
15/06/2026

🎨 ງານສຳມະນາ Curator Talk

ຂໍເຊີນທຸກທ່ານເຂົ້າຮ່ວມສຳມະນາໃນວັນທີ 27 ມິຖຸນາ 2026 ທີ່ The XYZ office (Parkson ຊັ້ນ 3) ຮ່ວມກັບ ດຣ. ວັງຫົວ ແອນໂທນີ ວິວ (Dr. Vanghoua Anthony Vue) ແລະ Arlin Manithip

ຜ່ານການສຳຫຼວດແນວຄວາມຄິດອີງຕາມຫົວຂໍ້: ອັດຕະລັກແບບລູກປະສົມ, ການແປຄວາມໝາຍຂອງມໍລະດົກທາງວັດທະນະທຳ, ການສືບຖ່າຍຄວາມຮູ້ຂ້າມລຸ້ນ, ແລະ ສິລະປະໃນຖານະຂະບວນການສ້າງສັນ. ສຳມະນານີ້ຊວນໃຫ້ທຸກຄົນມາຮ່ວມຄິດ ແລະ ຕັ້ງຄຳຖາມຕໍ່ບົດບາດຂອງສິລະປະຮ່ວມສະໄໝໃນການເຊື່ອມໂຍງຜູ້ຄົນ, ຄວາມຊົງຈຳ ແລະ ວັດທະນະທຳ.

📅 27 ມິຖຸນາ 2026
🕰️14:00-16:00
📍 The XYZ office, Parkson ຊັ້ນ 3
⏰ 1–2 ຊົ່ວໂມງ
______________________

🎨 SEMINAR Curator Talk

Join us on 27 June 2026 at The XYZ Office (Parkson, 3rd Floor) for a seminar with Dr. Vanghoua Anthony Vue and Arlin Manithip

Through the themes of Hybridity, Translation of Tradition, Intergenerational Collaboration, and Art as Process, this session will explore how contemporary artists navigate identity, culture, and collaboration across different contexts. Participants will gain new perspectives on contemporary art practice, cultural engagement, and process-driven creative work.

📅 27 June 2026
🕰️ 14:00-16:00
📍 The XYZ Office, Parkson 3rd Floor
⏰ 1–2 Hours

Address

XJHG+2J2, ຖະໜົນໄກສອນພົມວິຫານ
Vientiane
0112

Opening Hours

Monday 10:00 - 19:00
Tuesday 10:00 - 19:00
Wednesday 10:00 - 19:00
Thursday 10:00 - 19:00
Friday 10:00 - 19:00
Saturday 10:00 - 19:00
Sunday 10:00 - 19:00

Website

Alerts

Be the first to know and let us send you an email when The XYZ Art Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to The XYZ Art Center:

Shortcuts

Share